WordPress Campus Connect
Hands-on learning that connects campuses with the WordPress ecosystem.
About the initiative
WordPress Campus Connect ແມ່ນໂຄງການຮຽນຮູ້ລະດັບໂລກທີ່ນຳເອົາປະສົບການການລົງມືເຮັດ WordPress ໄປສູ່ສະຖາບັນ ແລະ ພື້ນທີ່ຊຸມຊົນໂດຍກົງ. ໂຄງການນີ້ມີຮູບແບບທີ່ງ່າຍ ແລະ ຍືດຍຸ່ນ ເຊິ່ງນັກຮຽນຈະໄດ້ເຮັດໂຄງການຕົວຈິງ, ຮຽນຮູ້ທັກສະ WordPress ທີ່ຈຳເປັນ ແລະ ຄົ້ນຫາເສັ້ນທາງອາຊີບໃນອະນາຄົດ ໂດຍໄດ້ຮັບການສະໜັບສະໜູນຈາກທີ່ປຶກສາ ແລະ ຜູ້ປະກອບສ່ວນ.

Program impact
WordPress Campus Connect is growing, here's a snapshot of what's been achieved so far.
45
ກິດຈະກຳທີ່ສຳເລັດແລ້ວ
83
ສະຖາບັນທີ່ເຂົ້າຮ່ວມ
6,200+
ນັກສຶກສາທີ່ເຂົ້າເຖິງ
How it works
ກິດຈະກຳຈະຖືກຈັດຂຶ້ນໃນຮູບແບບການເຝິກອົບຮົມເຄິ່ງມື້ ຫຼື ເຕັມມື້ ເຊິ່ງນັກຮຽນຈະໄດ້ຮັບການຝຶກປະຕິບັດໃນການສ້າງເວັບໄຊ ແລະ ຄົ້ນຫາວິທີການຕ່າງໆ ໃນການມີສ່ວນຮ່ວມ ແລະ ເຕີບໂຕໃນລະບົບນິເວດຂອງ WordPress.
ໃຜສາມາດເປັນຜູ້ຈັດງານໄດ້
ທຸກຄົນທີ່ກ່ຽວຂ້ອງກັບສະຖາບັນການສຶກສາສາມາດຈັດກິດຈະກຳ Campus Connect ໄດ້, ໂດຍບໍ່ຈຳເປັນຕ້ອງມີປະສົບການມາກ່ອນ. ຫາກທ່ານຕ້ອງການຊ່ວຍໃຫ້ນັກຮຽນຮຽນຮູ້ທັກສະ WordPress ຕົວຈິງ, ທ່ານສາມາດເຂົ້າຮ່ວມໄດ້.
ສະຖາບັນທີ່ເຂົ້າຮ່ວມ




The impact of WordPress Campus Connect
ໃນຂະນະທີ່ນັກຮຽນໄດ້ຮັບປະສົບການຕົວຈິງ, ຜູ້ຈັດງານກໍໄດ້ນຳເອົາໂອກາດການຮຽນຮູ້ທີ່ມີຄຸນຄ່າມາສູ່ຊຸມຊົນຂອງພວກເຂົາ.
For organizers
- ນຳເອົາປະສົບການການຮຽນຮູ້ທີ່ມີຄຸນຄ່າສູງມາສູ່ສະຖາບັນຂອງທ່ານ
- ເສີມສ້າງສະພາບແວດລ້ອມຂອງຊຸມຊົນດ້ວຍທັກສະດີຈິຕອນທີ່ທັນສະໄໝ
- ໄດ້ຮັບການສະໜັບສະໜູນ ແລະ ຄຳແນະນຳຈາກທີມງານ WordPress Education
- ເຊື່ອມຕໍ່ສະຖາບັນຂອງທ່ານເຂົ້າສູ່ລະບົບນິເວດ WordPress ລະດັບໂລກ
For participants
- ສ້າງໂຄງການ WordPress ຕົວຈິງ ແລະ ພັດທະນາທັກສະດີຈິຕອນທີ່ນຳໃຊ້ໄດ້ຈິງ
- ຮຽນຮູ້ຈາກຜູ້ປະກອບສ່ວນທີ່ມີປະສົບການ ແລະ ຄົ້ນຫາເສັ້ນທາງອາຊີບ
- ສ້າງຄວາມໝັ້ນໃຈຜ່ານການຝຶກປະຕິບັດ ແລະ ການຮ່ວມມື
- ເຊື່ອມຕໍ່ກັບຊຸມຊົນໂອເພັນຊອດລະດັບໂລກທີ່ພ້ອມຕ້ອນຮັບທ່ານ
Stories and highlights

"ໂຄງການນີ້ບໍ່ພຽງແຕ່ມອບໂອກາດ ແລະ ທັກສະຕົວຈິງໃຫ້ນັກຮຽນເທົ່ານັ້ນ ແຕ່ຍັງເປີດໂອກາດໃຫ້ຄົນທີ່ເຮັດວຽກມືອາຊີບຄືຂ້ອຍໄດ້ເຕີບໂຕໃນຖານະທີ່ປຶກສາ, ຜູ້ນຳ ແລະ ຜູ້ສອນອີກດ້ວຍ."

Hardik Sharma
ຜູ້ປະສານງານ, WPCC Ajmer
"ຂ້ອຍເຊື່ອວ່ານີ້ແມ່ນໂອກາດທີ່ມີພຽງຄັ້ງດຽວໃນຊີວິດ, ແລະ ຂ້ອຍຈະໃຊ້ໂອກາດນີ້ໃຫ້ເກີດປະໂຫຍດສູງສຸດ."

Andrés Parra
ນັກຮຽນ, CIFP Santa Catalina
"ການໄດ້ເຫັນນັກຮຽນໄດ້ຮັບທັກສະຕົວຈິງພາຍໃນເວລາພຽງບໍ່ກີ່ຊົ່ວໂມງ ແມ່ນເປັນເລື່ອງທີ່ສ້າງແຮງບັນດານໃຈແທ້ໆ."

Satish Prajapati
ຜູ້ຈັດງານ, WPCC Ajmer
"ພວກເຮົາຢູ່ໃນສະຕະວັດທີ 21, ນີ້ແມ່ນເວລາທີ່ຈະຍົກລະດັບທັກສະຄວາມຮູ້ຂອງພວກເຮົາ, ແລະ ຂ້ອຍຂໍຂອບໃຈທີມງານທີ່ຊ່ວຍພັດທະນານັກຮຽນຂອງພວກເຮົາທັງໝົດໃຫ້ກາຍເປັນຜູ້ທີ່ມີຄວາມສາມາດ."

ທ່ານ Srinath Pai
ຜູ້ອຳນວຍການ, ວິທະຍາໄລ SGS, Bhatkal
"ປະສົບການທີ່ມີຄຸນຄ່າຢ່າງແທ້ຈິງ ທີ່ເນັ້ນໃສ່ທັກສະໃນໂລກຕົວຈິງ, ສ້າງຄວາມໝັ້ນໃຈ ແລະ ມອບຄວາມຮູ້ພາກປະຕິບັດທີ່ສ້າງຜົນກະທົບໄດ້ແທ້."

Shipon Karmakar
ຜູ້ຈັດງານ, WPCC Brahmanbaria
Student showcase
ຄົ້ນພົບບາງໂຄງການທີ່ຖືກສ້າງຂຶ້ນໂດຍນັກຮຽນ ເຊິ່ງເປັນສ່ວນໜຶ່ງຂອງການຮຽນຮູ້ຂອງພວກເຂົາ.
ໄວໆ ນີ້
How to get involved
Organize an event
ສ້າງຜົນກະທົບທີ່ແທ້ຈິງໃຫ້ກັບຊຸມຊົນການສຶກສາຂອງທ່ານ ໂດຍການຈັດກິດຈະກຳ WordPress Campus Connect ທີ່ສະຖາບັນ. ນີ້ແມ່ນວິທີທີ່ດີໃນການຊ່ວຍໃຫ້ນັກຮຽນພັດທະນາທັກສະຕົວຈິງ, ຄົ້ນຫາໂອກາດທາງອາຊີບ ແລະ ເຊື່ອມຕໍ່ກັບຊຸມຊົນ WordPress ທົ່ວໂລກ.
ເຂົ້າຮ່ວມໃນຖານະນັກຮຽນ
ປຶກສາກັບຄູອາຈານ ຫຼື ຄະນະກ່ຽວກັບການຈັດກິດຈະກຳ WordPress Campus Connect ໃນສະຖາບັນຂອງທ່ານ, ແລະ ແບ່ງປັນວ່າກິດຈະກຳນີ້ສາມາດຊ່ວຍໃຫ້ທ່ານ ແລະ ໝູ່ເພື່ອນ ສ້າງໂຄງການ WordPress ຕົວຈິງ ແລະ ພັດທະນາທັກສະທີ່ຈະຊ່ວຍເສີມສ້າງ Portfolio ແລະ ອາຊີບໃນອະນາຄົດໄດ້ແນວໃດ.
ສະໜັບສະໜູນໂຄງການ
ຊ່ວຍສ້າງອະນາຄົດຂອງ WordPress ໂດຍການສະໜັບສະໜູນ Campus Connect. ການມີສ່ວນຮ່ວມຂອງທ່ານຈະຊ່ວຍໃຫ້ນັກຮຽນສາມາດເຂົ້າເຖິງການເຝິກອົບຮົມ, ການແນະນຳຈາກທີ່ປຶກສາ ແລະ ໂອກາດໃນການສ້າງເຄືອຂ່າຍ, ເຊິ່ງຊ່ວຍໃຫ້ພວກເຂົາພັດທະນາທັກສະຕົວຈິງ ແລະ ເຕີບໂຕໃນລະບົບນິເວດ WordPress.
ເຂົ້າຮ່ວມຊຸມຊົນ
ເຂົ້າຮ່ວມຊ່ອງ Slack #campusconnect ເພື່ອແລກປ່ຽນໄອເດຍ, ຮ່ວມມືກັນ ແລະ ເຊື່ອມຕໍ່ກັບຜູ້ຈັດງານ, ນັກຮຽນ ແລະ ຜູ້ສະໜັບສະໜູນຄົນອື່ນໆ.
ຫາກທ່ານຍັງມີຄຳຖາມ ຫຼື ຕ້ອງການລາຍລະອຽດເພີ່ມເຕີມ, ທ່ານສາມາດຊອກຫາທຸກຢ່າງໄດ້ໃນ ຄູ່ມືນີ້.